[Instagram Ep.01] 10 ຂໍ້ໂຄສະນາຜ່ານໄອຈີທີ່ໄດ້ຜົນ – 10 Tips IG marketing (ແນະນໍາ)
ການດຳເນີນທຸລະກິດໃນ Instagram ຄວນຄໍານຶງເຖິງ ຄຸນສົມບັດຈະຕ້ອງເປັນແນວໃດ ເພື່ອຈະສາມາດໂຄສະນາ ແລະ ຂາຍບາງສິ່ງບາງຢ່າງໃນນີ້ໄດ້ ນອກຈາກການໂພດ ເນື້ອຫາເປັນປະຈຳ, ໂພດຮູບພາບຕ່າງໆ, ສິ່ງໜ້າສົນໃຈຕ່າງໆ… 1. ຕື່ມຂໍ້ມູນໃສ່ Bio ທຸກລາຍລະອຽດ ເພາະເປັນຊ່ອງທາງທີ່ສໍາຄັນທີ່ສຸດ ທີ່ຜູ້ເຂົ້າເບິ່ງ ເຫັນພາບລວມຂອງທຸລະກິດ, ເຫັນແບຣນ, ເຫັນສິນຄ້າ-ບໍລິການຂອງເຮົາ. ຄວນໃສ່ເນື້ອຫາ ເຊັ່ນ: ໝວດສິນຄ້າ, ຊ່ອງທາງຕິດຕໍ່ຫາເຮົາ, ລິ້ງ… ເຊິ່ງ IG ຈະອະນຸຍາດໃຫ້ ໃສ່ແຕ່ສະເພາະສ່ວນນີ້. 2. ການໂພດ IG Story ສໍາຄັນຫລາຍ ທີ່ສາມາດດຶງລູກຄ້າກັບມາ. ນັກການຕະຫລາດທີ່ມີຊື່ສຽງ ນິຍົມໃຊ້ ແລະ ແນະນໍາໃຫ້ໃຊ້ ຊ່ອງທາງນີ້ ເພາະຈະຊ່ວຍໃຫ້ເຮົາເຂົ້າເຖິງລູກຄ້າໄວຂື້ນ ແລະ ການໂພດຮູບໃນໜ້າ IG ຫລັກ ຈະກໍານົດວ່າເປັນຮູບຂອງສິນຄ້າ ແລະ ການລົມກັບລູກຄ້າຜ່ານ comments. ແຕ່ການໂພດຢູ່ IG Story ສ່ວນໃຫຍ່ນິຍົມໂພດ ຮູບຖ່າຍທີ່ເປັນຮູບທີ່ລູກຄ້າລີວິວສິນຄ້າ ຫລື ຄໍາຄິດເຫັນຂອງລູກຄ້າ, ຮູບທົ່ວໄປຂອງເຈົ້າຂອງ… 3. ລົງ ວີດີໂອສັ້ນ ໃຫ້ຫລາຍຂື້ນ ເພື່ອໃຫ້ລູກຄ້າ ເຫັນທຸກມຸມຂອງສິນຄ້າຂອງເຮົາຫລາຍຂື້ນ. 4. ຮູບທີ່ຄົມຊັດ ດຶງດູດສາຍຕາຂອງຄົນຕິດຕາມເຮົາ. ບັນຫາ: ຫລາຍຄົນພົບ ບັນຫາຮູບມົວ ຮູບເບຣີ ຮູບບໍ່ຄົມຊັດ… ບາງຄົນຄຶດວ່າ ກ້ອງມືຖືເຮັດໃຫ້ຖ່າຍບໍ່ງາມ. ສາເຫດ: ຂະນາດຂອງຮູບ ໃນ IG ແມ່ນຖືກກໍານົດຂະນາດ ຄວາມກວ້າງ ຄວາມຍາວ. ຖ້າຮູບເຮົາໂພດລົງ ມີຂະນາດ ທີ່ໃຫຍ່ເກີນ, ຮູບຈະຖືກປັບຂະໜາດລົງອັດຕະໂນມັດ ເຊິ່ງເຮັດໃຫ້ຮູບມົວ, ຮູບບໍ່ຄົມຊັດ. ແກ້ໄຂ: ວິທີປັບ ຂະນາດຂອງຮູບ (Size) ຄື: ຮູບພາບທີ່ຈະລົງໃນ IG ຄວນມີຂະໜາດ: ຄວາມກວ້າງ ບໍ່ເກີນ … ອ່ານເພີ່ມຕື່ມ [Instagram Ep.01] 10 ຂໍ້ໂຄສະນາຜ່ານໄອຈີທີ່ໄດ້ຜົນ – 10 Tips IG marketing (ແນະນໍາ)