Clubhouse app – ແອັບຄຣັບຮາວ ມີ ຄຣັບ ຫລື ຫ້ອງພົບປະສົນທະນາ ໃດແດ່?

The Clubhouse App: ມີ ຄຣັບ ຫລື ຫ້ອງພົບປະ ຫລື ກຸ່ມສົນທະນາ ຫລື ມີຫຍັງແດ່? ມີຫຍັງໃຫ້ຟັງແດ່? ຖ້າທ່ານເຂົ້າໃຊ້ແອັບນີ້ໄດ້ແລ້ວ, ແອັບຈະແນະນໍາ ສະມາຊິກ ແລະ ຄຣັບ ທີ່ເຂົ້າຮ່ວມແລ້ວ ໃຫ້ເຮົາຕິດຕາມກ່ອນ ເພາະເຮົາຍັງໃໝ່ ແລະ ຄວນຮັບເອົາກ່ອນ ຈາກນັ້ນເຮົາສາມາດ ເລືອກເຂົ້າກຸ່ມທີ່ເຮົາຕ້ອງການເປັນສະມາຊິກຕາມຫລັງໄດ້. ຖ້າຍັງໃໝ່ໃນແອັບນີ້ ທ່ານອາດເບິ່ງເລືອກເຂົ້າກຸ່ມ ຕາມແອັບຈັດສັນໄວ້ໃຫ້ ຄືຮູບຂ້າງລຸ່ມ ເຊິ່ງເຕັມໄປດ້ວຍຫົວຂໍ້ຕ່າງໆທີ່ສາມາດຕິດຕາມໄດ້ ເປັນຕົ້ນ ກິລາ, ເຕັກໂນໂລຊີ, ຄວາມຮູ້, ຄວາມບັນເທິງ, ເພື່ອຊີວິດ … ທີ່ທ່ານສົນໃຈໃນສິ່ງດຽວກັນ ແລະ ທ່ານສາມາດຕິດຕາມພວກເຂົາໄດ້. ເມື່ອທ່ານໄດ້ເຂົ້າຟັງແລ້ວ ຫາກເຫັນ ຫ້ອງສົນທະນາ ຫລື ກຸ່ມສົນທະນາ ຕ່າງໆ ອອກມາໃຫ້ເຫັນຕື່ມ. ຖ້າຖືກກັບຄວາມສົນໃຈຂອງທ່ານ ກໍ່ເປັນເລືອກ ຕິດຕາມ ເປັນບຸກຄົນ ຫລື ສະມາຊິກຄຣັບນັ້ນໄດ້. ປະຈຸບັນຄົນສົນໃຈ ໂຄສະນາ ແລະ ເຮັດການຕະຫລາດຜ່ານອອນລາຍຫລາຍຂື້ນ.  ໃນ clubhouse ຍັງມີຫ້ອງສົນທະນາ ທີ່ມີຄົນທີປະສົບການດ້ານນີ້ ມາບອກເລົ່າ, ແລກປ່ຽນບົດຮຽນ, ໃຫ້ຖາມ, ໃຫ້ຄໍາແນະນໍາ …. ເຊັ່ນ ໂຄສະນາໃນ Facebook, IG, TIKTOK, … ກໍ່ມີ ຫ້ອງສົນທະນານີ້, ຕົວຢ່າງຮູບຂ້າງລຸ່ມ.  The Clubhouse App: ແມ່ນຫຍັງ ໂດຍສັງເຂບ? ເປັນແອັບ Chat ສົນທະນາ … ​ອ່ານ​ເພີ່ມ​ຕື່ມ Clubhouse app – ແອັບຄຣັບຮາວ ມີ ຄຣັບ ຫລື ຫ້ອງພົບປະສົນທະນາ ໃດແດ່?

ການຄ້າແບບເອເລັກໂຕຣນິກໃນລະດັບຢູນິຄອນ (Unicorn) ໃນສະຕາດອັບ (Startup)

ເມື່ອເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ) ມີບົດບາດສໍາຄັນ ແລະ ຈໍາເປັນ ຊຶ່ງບໍ່ພຽງແຕ່ເປັນການຂັບເຄື່ອນການພັດທະນາ ວຽກງານຂອງທຸກຂະແໜງການໃຫ້ກ້າວກະໂດດ ແຕ່ຍັງມີຜົນໃນການດຳລົງຊີວິດຂອງຄົນໃນສັງຄົມ ທີ່ປ່ຽນໄປໃນທາງທີ່ດີຂຶ້ນ. ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ມີຈຸດປະສົງ ເພື່ອຮັບໃຊ້ຂົງເຂດທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ, ປະຢັດ ແລະ ທີ່ສໍາຄັນມີຄວາມປອດໄພ. ປະຈຸບັນ ສະຕາດອັບ ເຂົ້າມາມີບົດບາດຫຼາຍໃນວົງການທຸລະກິດ ແລະ ດຶງດູດການລົງທຶນ ຍ້ອນຖືກຍອມຮັບໃນລະດັບພາກພື້ນ ໃຫ້ເປັນທຸລະກິດ ທີ່ສາມາດຂັບເຂື່ອນຕະຫລາດ ໃຫ້ເຕີບໂຕໃນລະດັບສາກົນ.  ທຸລະກິດ ສະຕາດອັບ (startup) ຖືກກໍາເນີດຂື້ນ ເພື່ອຂັບເຂື່ອນທຸລະກິດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສ້າງໂອກາດໃໝ່ໃຫ້ນັກທຸລະກິດລຸ້ນໃໝ່. ບາງທຸລະກິດໃໝ່ໃນທ້ອງຕະຫລາດ ສາມາດສ້າງລາຍຮັບມູນຄ່າມະຫາສານ ໃນນັ້ນເປັນທຸລະກິດທີ່ຕອບສະໜອງຄວາມສະດວກ ແລະ ແກ້ໄຂບັນຫາໃນຊີວິດປະຈໍາວັນ. ສ່ວນໃຫ່ຍ ຂະແໜງທຸລະກິດໃໝ່ ເປັນທຸລະກິດທີ່ນໍາໃຊ້ ລະບົບໄອຊີທີ ເຊັ່ນ: ບັນດາແອັບພຣີເຄຊັ່ນຕ່າງໆ. ປະເທດອິນໂດເນເຊຍ ເປັນນຶ່ງໃນສາມປະເທດນໍາໜ້າໃນຂະແໜງທຸລະກິດ ສະຕາດອັບ. ບາງການພັດທະນາແອັບພຣີເຄຊັ້ນ ທີ່ມີຊື່ສຽງ ແລະ ຍອມຮັບໃນລະດັບພາກພື້ນ ໃນຂົງເຂດການຄ້າແບບເອເລັກໂຕຣນິກ  ທີ່ຈັດມູນຄ່າການລົງທຶນໃນລະດັບຢູນິຄອນ (Unicorn) ຄື: ໂຕໂກພີເດຍ (Tokopedia), ບາຄາລາພັກ (Bukalapak), ໂກເຈັດ (Go-Jek) ແລະ ທາເວວກາ (Traveloka). ບາຄາລາພັກ (Bukalapak) ສະຕາດອັບ ລິເລີ້ມຈາກການຄ້າແບບເອເລັກໂຕຣນິກ (E-commerce) ທີ່ໄດ້ເພີ່ມມູນຄ່າການລົງທຶນ ຈົນເຮັດໃຫ້ມີມູນຄ່າຫຼາຍກວ່າ 1 ພັນລ້ານ ໂດລາລາສະຫະລັດ ເຮັດໃຫ້ ບໍລິສັດ ບາຄາລາພັກ ຖືກຈັດຢູ່ໃນລະດັບຢູນິຄອນ … ​ອ່ານ​ເພີ່ມ​ຕື່ມ ການຄ້າແບບເອເລັກໂຕຣນິກໃນລະດັບຢູນິຄອນ (Unicorn) ໃນສະຕາດອັບ (Startup)

ເຕັກໂນໂລຊີ Blockchain: ຕົວເລັ່ງໂຄງສ້າງເສດຖະກິດແບບໃໝ່ ຫລັງການລະບາດໂຄວິດ 19

ການແຜ່ລະບາດ COVID-19 ອາດເປັນຕົວເລັ່ງການລິເລິ້ມສ້າງ blockchain ເປັນພື້ນຖານໂຄງລ່າງດ້ານເສດຖະກິດໃໝ່ ແລະ ຍັງເພີ່ມຄວາມຕ້ອງການ ສຳລັບ ຜະລິດຕະພັນດີຈິຕອນ, ໂມເດວທຸລະກິດອອນໃໝ່ ແລະ ທັກສະຄວາມສາມາດໃໝ່ ເພື່ອຮັບມືກັບ ການມາເຖິງຂອງດິຈິຕອນ. ຮູບແບບກິດຈະກໍາທີ່ອາໄສການພົບປະຕົວຈິງໃນຂະແໜງຕ່າງໆ ເຊັ່ນ: ສຶກສາ, ສາທາລະນະສຸກ ແລະ ການໃຫ້ຄຳປຶກສາ ໄດ້ຫັນໄປເປັນແບບດີຈິຕອນ. ການຈ້າງງານໄດ້ກາຍມາເປັນແບບດິຈິຕອນ ເຊິ່ງເຮັດໃຫ້ມີຄວາມຕ້ອງການເພີ່ມຂື້ນ ດ້ານການອອກໃບຢັ້ງຢືນ ແລະ ໃບອະນຸຍາດ ທີ່ເຊື່ອຖືໄດ້. ດ້ວຍເຫດທີ່ COVID-19 ເລັ່ງການຫັນປ່ຽນຈາກອຸດສະຫະກໍາ ໄປສູ່ຍຸກດິຈິຕອນ ແບບກ້າວກະໂດດ, ເສດຖະກິດດິຈິຕອນໃໝ່ ມີການກະຈາຍຂັ້ນການຄຸ້ມຄອງຫລາຍຂື້ນ (decentralised), ຊຶ່ງເຮັດໃຫ້ການຄຸ້ມຄອງ ແລະ ຕິດຕາມຍາກຂື້ນ. ສະນັ້ນ ພວກເຮົາຕ້ອງການ ພື້ນຖານໂຄງລ່າງດິຈິຕອນ ສອດຄ່ອງກັບສະພາບການເຄື່ອນໄຫວນີ້ ແລະ ເປັນໂອກາດໃຫ້ ເຕັກໂນໂລຊີໃນແບບແພັດຟອມ ກໍ່ຄື ເຕັກໂນ blockchain ເຂົ້າມາມີບົດບາດ ເປັນຕົວເລັ່ງໂຄງສ້າງເສດຖະກິດແບບໃໝ່. Blockchain ແມ່ນຫຍັງ ແລະ ປະໂຫຍດດ້ານເຕັກໂນໂລຊີ ກະຊວງເສດຖະກິດ, ການຄ້າ ແລະ ອຸດສະຫະກໍາ (METI) ຂອງຍີ່ປຸ່ນ ໄດ້ນິຍາມ Blockchain ແມ່ນກົນໄກເຄືອຂ່າຍເຊື່ອມໂຍງແຕ່ລະກ່ອງຂໍ້ມູນ ຫລື ໜ່ວຍງານ ເຂົ້າຫາກັນ (Peer to Peer) ຫລື ການດໍາເນີນທຸລະກໍາ ລະຫວ່າງໜ່ວຍງານ ໂດຍບໍ່ມີຄົນກາງ. ທາງດ້ານເຕັກໂນໂລຊີ, Blockchain ຍັງມີຄວາມໝາຍວ່າເປັນ ໂປຣໂຕໂຄ (protocol) ເພື່ອອະນຸມັດຂໍ້ມູນຂ່າວສານທີ່ມີມູນຄ່າຜ່ານອິນເຕີເນັດ ໂດຍບໍ່ຜ່ານຄົນກາງ. ມູນຄ່າໃນທີ່ນີ້ໃນໂລກຄວາມເປັນຈິງແມ່ນເງິນສົດທີ່ໃຊ້ປະຈໍາວັນ. ເຕັກໂນໂລຊີນີ້ເຂົ້າມາມີບົດບາດຂັບເຂື່ອນ ການນໍາໃຊ້ … ​ອ່ານ​ເພີ່ມ​ຕື່ມ ເຕັກໂນໂລຊີ Blockchain: ຕົວເລັ່ງໂຄງສ້າງເສດຖະກິດແບບໃໝ່ ຫລັງການລະບາດໂຄວິດ 19