[Instagram Ep.01] 10 ຂໍ້ໂຄສະນາຜ່ານໄອຈີທີ່ໄດ້ຜົນ – 10 Tips IG marketing (ແນະນໍາ)

ການດຳເນີນທຸລະກິດໃນ Instagram ຄວນຄໍານຶງເຖິງ ຄຸນສົມບັດຈະຕ້ອງເປັນແນວໃດ ເພື່ອຈະສາມາດໂຄສະນາ ແລະ ຂາຍບາງສິ່ງບາງຢ່າງໃນນີ້ໄດ້ ນອກຈາກການໂພດ ເນື້ອຫາເປັນປະຈຳ, ໂພດຮູບພາບຕ່າງໆ, ສິ່ງໜ້າສົນໃຈຕ່າງໆ…

1. ຕື່ມຂໍ້ມູນໃສ່ Bio ທຸກລາຍລະອຽດ

ເພາະເປັນຊ່ອງທາງທີ່ສໍາຄັນທີ່ສຸດ ທີ່ຜູ້ເຂົ້າເບິ່ງ ເຫັນພາບລວມຂອງທຸລະກິດ, ເຫັນແບຣນ, ເຫັນສິນຄ້າ-ບໍລິການຂອງເຮົາ. ຄວນໃສ່ເນື້ອຫາ ເຊັ່ນ: ໝວດສິນຄ້າ, ຊ່ອງທາງຕິດຕໍ່ຫາເຮົາ, ລິ້ງ… ເຊິ່ງ IG ຈະອະນຸຍາດໃຫ້ ໃສ່ແຕ່ສະເພາະສ່ວນນີ້.

2. ການໂພດ IG Story ສໍາຄັນຫລາຍ ທີ່ສາມາດດຶງລູກຄ້າກັບມາ.

ນັກການຕະຫລາດທີ່ມີຊື່ສຽງ ນິຍົມໃຊ້ ແລະ ແນະນໍາໃຫ້ໃຊ້ ຊ່ອງທາງນີ້ ເພາະຈະຊ່ວຍໃຫ້ເຮົາເຂົ້າເຖິງລູກຄ້າໄວຂື້ນ ແລະ ການໂພດຮູບໃນໜ້າ IG ຫລັກ ຈະກໍານົດວ່າເປັນຮູບຂອງສິນຄ້າ ແລະ ການລົມກັບລູກຄ້າຜ່ານ commentsແຕ່ການໂພດຢູ່ IG Story ສ່ວນໃຫຍ່ນິຍົມໂພດ ຮູບຖ່າຍທີ່ເປັນຮູບທີ່ລູກຄ້າລີວິວສິນຄ້າ ຫລື ຄໍາຄິດເຫັນຂອງລູກຄ້າ, ຮູບທົ່ວໄປຂອງເຈົ້າຂອງ… 

Credit of photo: Magisto.com

3. ລົງ ວີດີໂອສັ້ນ ໃຫ້ຫລາຍຂື້ນ ເພື່ອໃຫ້ລູກຄ້າ ເຫັນທຸກມຸມຂອງສິນຄ້າຂອງເຮົາຫລາຍຂື້ນ.

4. ຮູບທີ່ຄົມຊັດ ດຶງດູດສາຍຕາຂອງຄົນຕິດຕາມເຮົາ.

ບັນຫາ: ຫລາຍຄົນພົບ ບັນຫາຮູບມົວ ຮູບເບຣີ ຮູບບໍ່ຄົມຊັດ… ບາງຄົນຄຶດວ່າ ກ້ອງມືຖືເຮັດໃຫ້ຖ່າຍບໍ່ງາມ.

ສາເຫດ:

  • ຂະນາດຂອງຮູບ ໃນ IG ແມ່ນຖືກກໍານົດຂະນາດ ຄວາມກວ້າງ ຄວາມຍາວ.
  • ຖ້າຮູບເຮົາໂພດລົງ ມີຂະນາດ ທີ່ໃຫຍ່ເກີນ, ຮູບຈະຖືກປັບຂະໜາດລົງອັດຕະໂນມັດ ເຊິ່ງເຮັດໃຫ້ຮູບມົວ, ຮູບບໍ່ຄົມຊັດ.

ແກ້ໄຂ: ວິທີປັບ ຂະນາດຂອງຮູບ (Size) ຄື: 

ຮູບພາບທີ່ຈະລົງໃນ IG ຄວນມີຂະໜາດ:

  • ຄວາມກວ້າງ ບໍ່ເກີນ 1,080 ພິກເຊ
  • ຄວາມສູງບໍ່ເກີນ 1,350 ພິກເຊ

ຈະເຮັດໃຫ້ພາບມີຄວາມຄົມຊັດທີ່ສຸດ.

Credit: magisto.com

5. ຄວາມຖີ່ຂອງການໂພດ ສໍາຄັນຫລາຍ.

ຫລາຍເກີນໄປກໍ່ບໍ່ດີ, ນ້ອຍເກີນໄປແຫ່ງເຮັດໃຫ້ສາຍພົວພັນກັບລູກຄ້າຫ່າງເຫີນອອກໄປແນະນໍາ: ຢ່າງໜ້ອຍນື່ງໂພດຕໍ່ມື້ ເພື່ອໃຫ້ຜູ້ຕິດຕາມເຮົາອັບເດດຕະຫຼອດເວລາ ແລະ ມັນຍັງກະຕຸ້ນໃຫ້ພວກເຂົາເບິ່ງຜະລິດຕະພັນຊໍ້າຊໍ້າ.

6. ໃສ່ ຊ່ອງທາງຕິດຕໍ່ ໃນທຸກໂພດຂອງເຮົາ.

ແນະນຳ: ຂຽນ ແລະ ບອກພວກເຂົາ ໃຫ້ອ່ານທີ່ Bio ເຊິ່ງມັນຈະມີລິ້ງທີ່ທ່ານໃສ່ໄວ້, ຕົວຢ່າງ: “ຖ້າທ່ານມີຄຳຖາມ, ທ່ານສາມາດສອບຖາມເພີ່ມເຕີມໄດ້ທີ່ລິ້ງຂ້າງເທິງ Bio” ແລະ ອື່ນໆ.

7. ໃສ່ Hashtag #

ນິຍົມໃຊ້ ແມ່ນການໃສ່ຊື່ແບນຂອງເຮົາເອງ ແລະ ໃຊ້ແຮດເທກທີ່ສັງຄົມນິຍົມ ໃຊ້ ກໍ່ຊ່ວຍໃຫ້ຄົນເຫັນແບນ ເຫັນສິນຄ້າຫລາຍຂື້ນ.

8. ອອກຈາກ safe zone ຫລື ໃຊ້ແຕ່ IG ໂຕເອງ.

ແນະນໍາ: ພະຍາຍາມໃຊ້ comments ຂອງ IG ເຮົາເອງ, ລົມຫລາຍໆ ເພື່ອເພີ່ນຄວາມໜ້າເຊື່ອຖື. ພະຍາຍາມໄປໃຫ້ຄໍາເຫັນ IG ຄົນອື່ນ ແລະ ຮ້ານອື່ນ ໂດຍເປັນຊື່ IG ທຸລະກິດເຮົາເອງ ເຊິ່ງເປັນວິທີທີ່ເຮັດໃຫ້ສາມາດເພີ່ມລູກຄ້າໄດ້ອີກຊ່ອງທາງນຶ່ງ.

Credit of contents: https://thedigitaltips.com/blog/instagram/10-tricks-for-ig/

ໃຫ້ຄວາມເຫັນ