WP plugins ທີ່ນິຍົມໃຊ້ໃນເວັບຫລາຍທີ່ສຸດ

1. All in one SEO pack – ຢາກບອກວ່າ ປັກອິນນີ້ ສໍາຄັນຫລາຍທີ່ສຸດ… ຍ້ອນຫຍັງຈຶ່ງສຳຄັນ? ເພາະວ່າມັນສະໜອງ SEO options (ທີ່ເຮົາບໍ່ຕ້ອງມີພື້ນຖານ html ກໍ່ໃຊ້ໄດ້) ທີ່ເຮັດໃຫ້ເວັບບ໋ອກຂອງເຮົາ ຕິດອັນດັບເມື່ອຄົ້ນຫາໃນ Google. 2. Google XML Sitemap For WordPress – ຊ່ວຍຈັດແຜນຜັງ ຂໍ້ມູນໃນເວັບບ໋ອກຂອງເຮົາ ເຊັ່ນ ແຕ່ລະຫົວເລື່ອງທີ່ຂຽນໄວ້, ລີ້ງເຊື່ອມຕໍ່ຫາເວັບອື່ນໆ, ແຕ່ລະໜ້າເວັບ, ອື່ນໆ ແລະ ເຊື່ອມເຂົ້າຫາ google, Ask.com, Google, YAHOO, MSN Search ແລະ ອື່ນໆ. 3. No-follow Free – ຊ່ວຍໃນການລຶບ ເວັບສະແປມ (spam) ທີ່ເຂົ້າມາໂພດໃນ ຄອມເມັນຢູ່ເວັບຂອງເຮົາ. 4. Google Analytics – ຊ່ວຍບອກສະຖິຕິຜູ້ຄົນເຂົ້າເວັບຂອງເຮົາແຕ່ລະວັນ ເຊິ່ງເປັນຜົນດີເຮັດໃຫ້ເຮົາຮູ້ວ່າ ຫົວເລື່ອງທີ່ເຮົາເອົາມາສະແດງຢູ່ເວັບນັ້ນ ຖືກກັບຄວາມສົນໃຈຂອງຄົນເຮົາຫລາຍປານໄດ ເຊິ່ງຈະໄດ້ເອົາ google tracking code … ​ອ່ານ​ເພີ່ມ​ຕື່ມ WP plugins ທີ່ນິຍົມໃຊ້ໃນເວັບຫລາຍທີ່ສຸດ

ກຳນົດ Keyword ໃຫ້ເວັບແນວໃດໃຫ້ຕິດ Google

3 ເວັບໄຊ ທີ່ນິຍົມໃຊ້ຫລາຍທີ່ສຸດ ໃນການຄົ້ນຫາ Keyword ຄື: Wordtracker (http://www.wordtracker.com/) ຖ້າໃຊ້ລະບົບແບບສົມບູນ ໃນການຄົ້ນຫາ Keyword ໃຫ້ເຮົາ ແມ່ນຕ້ອງຈ່າຍ ຄ່າບໍລິການເພື່ອຄົ້ນຫາ ແຕ່ລະບົບນີ້ ຍັງໃຫ້ເຮົາໃຊ້ບໍລິການຟີຣໄລຍະໜຶ່ງ (free version) ໃນການຄົ້ນຫາ Keyword ທີ່ຕ້ອງການ. Free Wordtracker (http://freekeywords.wordtracker.com/) ໂຕນີ້ໃຫ້ເຮົາໃຊ້ບໍລິການຄົ້ນຫາ ໄດ້ເທົ່າກັບໂຕທີ່ຈ່າຍເງິນ. ຖ້າເຮົາໃສ່ Keyword ຂອງເຮົາ ຈາກນັ້ນຄົ້ນຫາ ລະບົບຈະສະແດງ ລາຍການ Keyword ທີ່ນຳໃຊ້ຫລາຍອອກມາ ໃນຈຳນວນຈຳກັດ. Google’s Keyword Tool (https://adwords.google.com/select/KeywordToolExternal) ບໍລິການຄົ້ນຫາ Keyword ຈາກ Google. Keyword Discovery (http://www.keyworddiscovery.com/search.html) ເວັບນີ້ມີ ລະບົບຄົ້ນຫາ Keyword ທີ່ເປັນປະໂຫຍດພໍສົມຄວນ ແລະ ກໍ່ ຟີຣ ອີກດ້ວຍ. ແຕ່ສາມາດຄົ້ນຫາ ຄໍາໄດ້ຕໍ່ຄັ້ງ ແລະ ສາມາດຄົ້ນຫາຄໍາໄດ້ບໍ່ເກີນ 100 keywords ຕໍ່ມື້. ແລະ ຍັງບໍ່ສາມາດຈື່ ຫລື ເກັບບັນທຶກຄໍາ … ​ອ່ານ​ເພີ່ມ​ຕື່ມ ກຳນົດ Keyword ໃຫ້ເວັບແນວໃດໃຫ້ຕິດ Google