[ຫາເງິນຈາກຄ່າແນະນໍາ EP.01] ວິທີຮັບ $20 ຈາກການແນະນໍາໃຫ້ໃຊ້ ລະບົບຄາວຂອງອາລີບາບາ (Alibaba Cloud), ຮັບສູງເຖິງ $300 ຕໍ່ການແນະນໍາ ເຮັດແນວໃດ?

ແບ່ງປັນ ລະຫັດການແນະນໍາຂອງທ່ານ ໃຫ້ເພື່ອນ ແລະ ຄົນຮູ້ຈັກຂອງທ່ານ. ຕິດຕາມ ການລົງທະບຽນຂອງພວກເຂົາ ເພື່ອເຂົ້າໃຊ້ບໍລິການໃນ ລະບົບຄຣາວຂອງອາລີບາບາ.  ຮັບແຈ້ງວ່າ ທ່ານໄດ້ຮັບ $20 ເພື່ອພວກເຂົາ ຈ່າຍຄ່າບໍລິການຮອດ $20. ນອກນັ້ນ ທ່ານຍັງຮັບຕື່ມ ໂບນັດ 10% ຖ້າພວກເຮົາ ຈ່າຍເກີນ $20. ລົງທະບຽນເອົາສະຫັດ ແລະ ອ່ານຕື່ມ, ສະແກນທີ່: ​ອ່ານ​ເພີ່ມ​ຕື່ມ [ຫາເງິນຈາກຄ່າແນະນໍາ EP.01] ວິທີຮັບ $20 ຈາກການແນະນໍາໃຫ້ໃຊ້ ລະບົບຄາວຂອງອາລີບາບາ (Alibaba Cloud), ຮັບສູງເຖິງ $300 ຕໍ່ການແນະນໍາ ເຮັດແນວໃດ?

[Instagram Ep.02] Hashtag ແຮັດແທກ (#) ມີໃນ IG ສໍາຄັນເພື່ອເພີ່ມຄົນຕາມ ແລະ ສ້າງໂອກາດ ແບບໃດ?

Hashtag ບໍ່ແມ່ນເລື່ອງໃຫມ່ ແຕ່ສິ່ງສໍາຄັນທີ່ສຸດແມ່ນ ເທັກນິກໃຊ້ Hashtag ໃຫ້ເກີດປະໂຫຍດສູງສຸດ. 3 ວິທີ ຫລື ເທັກນິກ ເພື່ອເພີ່ມຜູ້ຕິດຕາມ ແລະ ສ້າງການເຫັນແບນ (brand) ເຮົາ ໃນ IG 1. ຈໍານວນ ແຮດແທກ (Hashtag #) ທີ່ຄວນໃຊ້ຕໍ່ນຶ່ງໂພ ແນະນໍາຈາກຜົນສໍາຫລວດ ໃຫ້ໃຊ້ 7 ອັນ ຫລື ຫນ້ອຍກວ່າ, ຫລື ຫລາຍກວ່າ 11 ອັນຈະເຮັດໃຫ້ຜົນຕອບຮັບດີຂື້ນ.  ຈາກປະສົບການຂອງຄົນດັງ ແນະນໍາໃຫ້ ຄົ້ນຫາ ແຫລ່ງມີຊື່ສຽງ ແລະ ຕະຫລາດສິນຄ້າຂອງເຮົາ ວ່າເຂົາໃຊ້ອັນໃດ ແລ້ວທົດລອງໃຊ້ຕາມເຂົາ. 2. ສ້າງ ແຮດແທກ (Hashtag #) ຂອງຊື່ຍີ່ຫໍ້ສິນຄ້າເຮົາ ແຮດແທກຍີ່ຫໍ້ສິນຄ້າ (Brand Hashtag) ກໍ່ເປັນນຶ່ງປັດໃຈສໍາຄັນທີ່ຊ່ວຍໃຫ້ຊື່ຍີ່ຫໍ້ແຈ້ງເກີດໄດ້. ຄຸນລັກສະນະຂອງແຮດແທກ ທີ່ດີ ແມ່ນ ສັ້ນ, ກະທັດຮັດ ແລະ ຈື່ງ່າຍ. ແຮດແທກຍີ່ຫໍ້ສິນຄ້າ ມີຂໍ້ດີຄື:  ຊ່ວຍໃນການເພີ່ມຈໍານວນຜູ້ຕິດຕາມໂປຼໄຟລ໌. ຊ່ວຍຈັດລະບຽບເນື້ອຫາໃຫ້ເປັນລະບຽບຂຶ້ນ. ຊ່ວຍສ້າງຊຸມຊົນໃຫ້ຍີ່ຫໍ້ສິນຄ້າ. ແນະນໍາໃຫ້ໃສ່ ແຮດແທກຍີ່ຫໍ້ສິນຄ້າ ໃນໄບໂອ Bio. ນອກນັ້ນ ຍັງສາມາດສ້າງແຄມເປນ ຫຼື ຜະລິດຕະພັນ ໄດ້ເຊັ່ນກັນ. 3. ເພີ່ມແຮດແທກ (Hashtag #) ເຂົ້າໃນ ໄອຈີສະຕໍລີ້ (Instagram Story) ອີກເຄັດລັບ ທີ່ມີປະສິດທິຜົນສູງ ອີກອັນນຶ່ງ ແມ່ນໃຊ້ … ​ອ່ານ​ເພີ່ມ​ຕື່ມ [Instagram Ep.02] Hashtag ແຮັດແທກ (#) ມີໃນ IG ສໍາຄັນເພື່ອເພີ່ມຄົນຕາມ ແລະ ສ້າງໂອກາດ ແບບໃດ?

[Instagram Ep.01] 10 ຂໍ້ໂຄສະນາຜ່ານໄອຈີທີ່ໄດ້ຜົນ – 10 Tips IG marketing (ແນະນໍາ)

ການດຳເນີນທຸລະກິດໃນ Instagram ຄວນຄໍານຶງເຖິງ ຄຸນສົມບັດຈະຕ້ອງເປັນແນວໃດ ເພື່ອຈະສາມາດໂຄສະນາ ແລະ ຂາຍບາງສິ່ງບາງຢ່າງໃນນີ້ໄດ້ ນອກຈາກການໂພດ ເນື້ອຫາເປັນປະຈຳ, ໂພດຮູບພາບຕ່າງໆ, ສິ່ງໜ້າສົນໃຈຕ່າງໆ… 1. ຕື່ມຂໍ້ມູນໃສ່ Bio ທຸກລາຍລະອຽດ ເພາະເປັນຊ່ອງທາງທີ່ສໍາຄັນທີ່ສຸດ ທີ່ຜູ້ເຂົ້າເບິ່ງ ເຫັນພາບລວມຂອງທຸລະກິດ, ເຫັນແບຣນ, ເຫັນສິນຄ້າ-ບໍລິການຂອງເຮົາ. ຄວນໃສ່ເນື້ອຫາ ເຊັ່ນ: ໝວດສິນຄ້າ, ຊ່ອງທາງຕິດຕໍ່ຫາເຮົາ, ລິ້ງ… ເຊິ່ງ IG ຈະອະນຸຍາດໃຫ້ ໃສ່ແຕ່ສະເພາະສ່ວນນີ້. 2. ການໂພດ IG Story ສໍາຄັນຫລາຍ ທີ່ສາມາດດຶງລູກຄ້າກັບມາ. ນັກການຕະຫລາດທີ່ມີຊື່ສຽງ ນິຍົມໃຊ້ ແລະ ແນະນໍາໃຫ້ໃຊ້ ຊ່ອງທາງນີ້ ເພາະຈະຊ່ວຍໃຫ້ເຮົາເຂົ້າເຖິງລູກຄ້າໄວຂື້ນ ແລະ ການໂພດຮູບໃນໜ້າ IG ຫລັກ ຈະກໍານົດວ່າເປັນຮູບຂອງສິນຄ້າ ແລະ ການລົມກັບລູກຄ້າຜ່ານ comments. ແຕ່ການໂພດຢູ່ IG Story ສ່ວນໃຫຍ່ນິຍົມໂພດ ຮູບຖ່າຍທີ່ເປັນຮູບທີ່ລູກຄ້າລີວິວສິນຄ້າ ຫລື ຄໍາຄິດເຫັນຂອງລູກຄ້າ, ຮູບທົ່ວໄປຂອງເຈົ້າຂອງ…  3. ລົງ ວີດີໂອສັ້ນ ໃຫ້ຫລາຍຂື້ນ ເພື່ອໃຫ້ລູກຄ້າ ເຫັນທຸກມຸມຂອງສິນຄ້າຂອງເຮົາຫລາຍຂື້ນ. 4. ຮູບທີ່ຄົມຊັດ ດຶງດູດສາຍຕາຂອງຄົນຕິດຕາມເຮົາ. ບັນຫາ: ຫລາຍຄົນພົບ ບັນຫາຮູບມົວ ຮູບເບຣີ ຮູບບໍ່ຄົມຊັດ… ບາງຄົນຄຶດວ່າ ກ້ອງມືຖືເຮັດໃຫ້ຖ່າຍບໍ່ງາມ. ສາເຫດ: ຂະນາດຂອງຮູບ ໃນ IG ແມ່ນຖືກກໍານົດຂະນາດ ຄວາມກວ້າງ ຄວາມຍາວ. ຖ້າຮູບເຮົາໂພດລົງ ມີຂະນາດ ທີ່ໃຫຍ່ເກີນ, ຮູບຈະຖືກປັບຂະໜາດລົງອັດຕະໂນມັດ ເຊິ່ງເຮັດໃຫ້ຮູບມົວ, ຮູບບໍ່ຄົມຊັດ. ແກ້ໄຂ: ວິທີປັບ ຂະນາດຂອງຮູບ (Size) ຄື:  ຮູບພາບທີ່ຈະລົງໃນ IG ຄວນມີຂະໜາດ: ຄວາມກວ້າງ ບໍ່ເກີນ … ​ອ່ານ​ເພີ່ມ​ຕື່ມ [Instagram Ep.01] 10 ຂໍ້ໂຄສະນາຜ່ານໄອຈີທີ່ໄດ້ຜົນ – 10 Tips IG marketing (ແນະນໍາ)

Clubhouse app – ແອັບຄຣັບຮາວ ມີ ຄຣັບ ຫລື ຫ້ອງພົບປະສົນທະນາ ໃດແດ່?

The Clubhouse App: ມີ ຄຣັບ ຫລື ຫ້ອງພົບປະ ຫລື ກຸ່ມສົນທະນາ ຫລື ມີຫຍັງແດ່? ມີຫຍັງໃຫ້ຟັງແດ່? ຖ້າທ່ານເຂົ້າໃຊ້ແອັບນີ້ໄດ້ແລ້ວ, ແອັບຈະແນະນໍາ ສະມາຊິກ ແລະ ຄຣັບ ທີ່ເຂົ້າຮ່ວມແລ້ວ ໃຫ້ເຮົາຕິດຕາມກ່ອນ ເພາະເຮົາຍັງໃໝ່ ແລະ ຄວນຮັບເອົາກ່ອນ ຈາກນັ້ນເຮົາສາມາດ ເລືອກເຂົ້າກຸ່ມທີ່ເຮົາຕ້ອງການເປັນສະມາຊິກຕາມຫລັງໄດ້. ຖ້າຍັງໃໝ່ໃນແອັບນີ້ ທ່ານອາດເບິ່ງເລືອກເຂົ້າກຸ່ມ ຕາມແອັບຈັດສັນໄວ້ໃຫ້ ຄືຮູບຂ້າງລຸ່ມ ເຊິ່ງເຕັມໄປດ້ວຍຫົວຂໍ້ຕ່າງໆທີ່ສາມາດຕິດຕາມໄດ້ ເປັນຕົ້ນ ກິລາ, ເຕັກໂນໂລຊີ, ຄວາມຮູ້, ຄວາມບັນເທິງ, ເພື່ອຊີວິດ … ທີ່ທ່ານສົນໃຈໃນສິ່ງດຽວກັນ ແລະ ທ່ານສາມາດຕິດຕາມພວກເຂົາໄດ້. ເມື່ອທ່ານໄດ້ເຂົ້າຟັງແລ້ວ ຫາກເຫັນ ຫ້ອງສົນທະນາ ຫລື ກຸ່ມສົນທະນາ ຕ່າງໆ ອອກມາໃຫ້ເຫັນຕື່ມ. ຖ້າຖືກກັບຄວາມສົນໃຈຂອງທ່ານ ກໍ່ເປັນເລືອກ ຕິດຕາມ ເປັນບຸກຄົນ ຫລື ສະມາຊິກຄຣັບນັ້ນໄດ້. ປະຈຸບັນຄົນສົນໃຈ ໂຄສະນາ ແລະ ເຮັດການຕະຫລາດຜ່ານອອນລາຍຫລາຍຂື້ນ.  ໃນ clubhouse ຍັງມີຫ້ອງສົນທະນາ ທີ່ມີຄົນທີປະສົບການດ້ານນີ້ ມາບອກເລົ່າ, ແລກປ່ຽນບົດຮຽນ, ໃຫ້ຖາມ, ໃຫ້ຄໍາແນະນໍາ …. ເຊັ່ນ ໂຄສະນາໃນ Facebook, IG, TIKTOK, … ກໍ່ມີ ຫ້ອງສົນທະນານີ້, ຕົວຢ່າງຮູບຂ້າງລຸ່ມ.  The Clubhouse App: ແມ່ນຫຍັງ ໂດຍສັງເຂບ? ເປັນແອັບ Chat ສົນທະນາ … ​ອ່ານ​ເພີ່ມ​ຕື່ມ Clubhouse app – ແອັບຄຣັບຮາວ ມີ ຄຣັບ ຫລື ຫ້ອງພົບປະສົນທະນາ ໃດແດ່?

ການຄ້າແບບເອເລັກໂຕຣນິກໃນລະດັບຢູນິຄອນ (Unicorn) ໃນສະຕາດອັບ (Startup)

ເມື່ອເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ) ມີບົດບາດສໍາຄັນ ແລະ ຈໍາເປັນ ຊຶ່ງບໍ່ພຽງແຕ່ເປັນການຂັບເຄື່ອນການພັດທະນາ ວຽກງານຂອງທຸກຂະແໜງການໃຫ້ກ້າວກະໂດດ ແຕ່ຍັງມີຜົນໃນການດຳລົງຊີວິດຂອງຄົນໃນສັງຄົມ ທີ່ປ່ຽນໄປໃນທາງທີ່ດີຂຶ້ນ. ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ມີຈຸດປະສົງ ເພື່ອຮັບໃຊ້ຂົງເຂດທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ, ປະຢັດ ແລະ ທີ່ສໍາຄັນມີຄວາມປອດໄພ. ປະຈຸບັນ ສະຕາດອັບ ເຂົ້າມາມີບົດບາດຫຼາຍໃນວົງການທຸລະກິດ ແລະ ດຶງດູດການລົງທຶນ ຍ້ອນຖືກຍອມຮັບໃນລະດັບພາກພື້ນ ໃຫ້ເປັນທຸລະກິດ ທີ່ສາມາດຂັບເຂື່ອນຕະຫລາດ ໃຫ້ເຕີບໂຕໃນລະດັບສາກົນ.  ທຸລະກິດ ສະຕາດອັບ (startup) ຖືກກໍາເນີດຂື້ນ ເພື່ອຂັບເຂື່ອນທຸລະກິດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສ້າງໂອກາດໃໝ່ໃຫ້ນັກທຸລະກິດລຸ້ນໃໝ່. ບາງທຸລະກິດໃໝ່ໃນທ້ອງຕະຫລາດ ສາມາດສ້າງລາຍຮັບມູນຄ່າມະຫາສານ ໃນນັ້ນເປັນທຸລະກິດທີ່ຕອບສະໜອງຄວາມສະດວກ ແລະ ແກ້ໄຂບັນຫາໃນຊີວິດປະຈໍາວັນ. ສ່ວນໃຫ່ຍ ຂະແໜງທຸລະກິດໃໝ່ ເປັນທຸລະກິດທີ່ນໍາໃຊ້ ລະບົບໄອຊີທີ ເຊັ່ນ: ບັນດາແອັບພຣີເຄຊັ່ນຕ່າງໆ. ປະເທດອິນໂດເນເຊຍ ເປັນນຶ່ງໃນສາມປະເທດນໍາໜ້າໃນຂະແໜງທຸລະກິດ ສະຕາດອັບ. ບາງການພັດທະນາແອັບພຣີເຄຊັ້ນ ທີ່ມີຊື່ສຽງ ແລະ ຍອມຮັບໃນລະດັບພາກພື້ນ ໃນຂົງເຂດການຄ້າແບບເອເລັກໂຕຣນິກ  ທີ່ຈັດມູນຄ່າການລົງທຶນໃນລະດັບຢູນິຄອນ (Unicorn) ຄື: ໂຕໂກພີເດຍ (Tokopedia), ບາຄາລາພັກ (Bukalapak), ໂກເຈັດ (Go-Jek) ແລະ ທາເວວກາ (Traveloka). ບາຄາລາພັກ (Bukalapak) ສະຕາດອັບ ລິເລີ້ມຈາກການຄ້າແບບເອເລັກໂຕຣນິກ (E-commerce) ທີ່ໄດ້ເພີ່ມມູນຄ່າການລົງທຶນ ຈົນເຮັດໃຫ້ມີມູນຄ່າຫຼາຍກວ່າ 1 ພັນລ້ານ ໂດລາລາສະຫະລັດ ເຮັດໃຫ້ ບໍລິສັດ ບາຄາລາພັກ ຖືກຈັດຢູ່ໃນລະດັບຢູນິຄອນ … ​ອ່ານ​ເພີ່ມ​ຕື່ມ ການຄ້າແບບເອເລັກໂຕຣນິກໃນລະດັບຢູນິຄອນ (Unicorn) ໃນສະຕາດອັບ (Startup)

ເຕັກໂນໂລຊີ Blockchain: ຕົວເລັ່ງໂຄງສ້າງເສດຖະກິດແບບໃໝ່ ຫລັງການລະບາດໂຄວິດ 19

ການແຜ່ລະບາດ COVID-19 ອາດເປັນຕົວເລັ່ງການລິເລິ້ມສ້າງ blockchain ເປັນພື້ນຖານໂຄງລ່າງດ້ານເສດຖະກິດໃໝ່ ແລະ ຍັງເພີ່ມຄວາມຕ້ອງການ ສຳລັບ ຜະລິດຕະພັນດີຈິຕອນ, ໂມເດວທຸລະກິດອອນໃໝ່ ແລະ ທັກສະຄວາມສາມາດໃໝ່ ເພື່ອຮັບມືກັບ ການມາເຖິງຂອງດິຈິຕອນ. ຮູບແບບກິດຈະກໍາທີ່ອາໄສການພົບປະຕົວຈິງໃນຂະແໜງຕ່າງໆ ເຊັ່ນ: ສຶກສາ, ສາທາລະນະສຸກ ແລະ ການໃຫ້ຄຳປຶກສາ ໄດ້ຫັນໄປເປັນແບບດີຈິຕອນ. ການຈ້າງງານໄດ້ກາຍມາເປັນແບບດິຈິຕອນ ເຊິ່ງເຮັດໃຫ້ມີຄວາມຕ້ອງການເພີ່ມຂື້ນ ດ້ານການອອກໃບຢັ້ງຢືນ ແລະ ໃບອະນຸຍາດ ທີ່ເຊື່ອຖືໄດ້. ດ້ວຍເຫດທີ່ COVID-19 ເລັ່ງການຫັນປ່ຽນຈາກອຸດສະຫະກໍາ ໄປສູ່ຍຸກດິຈິຕອນ ແບບກ້າວກະໂດດ, ເສດຖະກິດດິຈິຕອນໃໝ່ ມີການກະຈາຍຂັ້ນການຄຸ້ມຄອງຫລາຍຂື້ນ (decentralised), ຊຶ່ງເຮັດໃຫ້ການຄຸ້ມຄອງ ແລະ ຕິດຕາມຍາກຂື້ນ. ສະນັ້ນ ພວກເຮົາຕ້ອງການ ພື້ນຖານໂຄງລ່າງດິຈິຕອນ ສອດຄ່ອງກັບສະພາບການເຄື່ອນໄຫວນີ້ ແລະ ເປັນໂອກາດໃຫ້ ເຕັກໂນໂລຊີໃນແບບແພັດຟອມ ກໍ່ຄື ເຕັກໂນ blockchain ເຂົ້າມາມີບົດບາດ ເປັນຕົວເລັ່ງໂຄງສ້າງເສດຖະກິດແບບໃໝ່. Blockchain ແມ່ນຫຍັງ ແລະ ປະໂຫຍດດ້ານເຕັກໂນໂລຊີ ກະຊວງເສດຖະກິດ, ການຄ້າ ແລະ ອຸດສະຫະກໍາ (METI) ຂອງຍີ່ປຸ່ນ ໄດ້ນິຍາມ Blockchain ແມ່ນກົນໄກເຄືອຂ່າຍເຊື່ອມໂຍງແຕ່ລະກ່ອງຂໍ້ມູນ ຫລື ໜ່ວຍງານ ເຂົ້າຫາກັນ (Peer to Peer) ຫລື ການດໍາເນີນທຸລະກໍາ ລະຫວ່າງໜ່ວຍງານ ໂດຍບໍ່ມີຄົນກາງ. ທາງດ້ານເຕັກໂນໂລຊີ, Blockchain ຍັງມີຄວາມໝາຍວ່າເປັນ ໂປຣໂຕໂຄ (protocol) ເພື່ອອະນຸມັດຂໍ້ມູນຂ່າວສານທີ່ມີມູນຄ່າຜ່ານອິນເຕີເນັດ ໂດຍບໍ່ຜ່ານຄົນກາງ. ມູນຄ່າໃນທີ່ນີ້ໃນໂລກຄວາມເປັນຈິງແມ່ນເງິນສົດທີ່ໃຊ້ປະຈໍາວັນ. ເຕັກໂນໂລຊີນີ້ເຂົ້າມາມີບົດບາດຂັບເຂື່ອນ ການນໍາໃຊ້ … ​ອ່ານ​ເພີ່ມ​ຕື່ມ ເຕັກໂນໂລຊີ Blockchain: ຕົວເລັ່ງໂຄງສ້າງເສດຖະກິດແບບໃໝ່ ຫລັງການລະບາດໂຄວິດ 19

WP plugins ທີ່ນິຍົມໃຊ້ໃນເວັບຫລາຍທີ່ສຸດ

1. All in one SEO pack – ຢາກບອກວ່າ ປັກອິນນີ້ ສໍາຄັນຫລາຍທີ່ສຸດ… ຍ້ອນຫຍັງຈຶ່ງສຳຄັນ? ເພາະວ່າມັນສະໜອງ SEO options (ທີ່ເຮົາບໍ່ຕ້ອງມີພື້ນຖານ html ກໍ່ໃຊ້ໄດ້) ທີ່ເຮັດໃຫ້ເວັບບ໋ອກຂອງເຮົາ ຕິດອັນດັບເມື່ອຄົ້ນຫາໃນ Google. 2. Google XML Sitemap For WordPress – ຊ່ວຍຈັດແຜນຜັງ ຂໍ້ມູນໃນເວັບບ໋ອກຂອງເຮົາ ເຊັ່ນ ແຕ່ລະຫົວເລື່ອງທີ່ຂຽນໄວ້, ລີ້ງເຊື່ອມຕໍ່ຫາເວັບອື່ນໆ, ແຕ່ລະໜ້າເວັບ, ອື່ນໆ ແລະ ເຊື່ອມເຂົ້າຫາ google, Ask.com, Google, YAHOO, MSN Search ແລະ ອື່ນໆ. 3. No-follow Free – ຊ່ວຍໃນການລຶບ ເວັບສະແປມ (spam) ທີ່ເຂົ້າມາໂພດໃນ ຄອມເມັນຢູ່ເວັບຂອງເຮົາ. 4. Google Analytics – ຊ່ວຍບອກສະຖິຕິຜູ້ຄົນເຂົ້າເວັບຂອງເຮົາແຕ່ລະວັນ ເຊິ່ງເປັນຜົນດີເຮັດໃຫ້ເຮົາຮູ້ວ່າ ຫົວເລື່ອງທີ່ເຮົາເອົາມາສະແດງຢູ່ເວັບນັ້ນ ຖືກກັບຄວາມສົນໃຈຂອງຄົນເຮົາຫລາຍປານໄດ ເຊິ່ງຈະໄດ້ເອົາ google tracking code … ​ອ່ານ​ເພີ່ມ​ຕື່ມ WP plugins ທີ່ນິຍົມໃຊ້ໃນເວັບຫລາຍທີ່ສຸດ

ກຳນົດ Keyword ໃຫ້ເວັບແນວໃດໃຫ້ຕິດ Google

3 ເວັບໄຊ ທີ່ນິຍົມໃຊ້ຫລາຍທີ່ສຸດ ໃນການຄົ້ນຫາ Keyword ຄື: Wordtracker (http://www.wordtracker.com/) ຖ້າໃຊ້ລະບົບແບບສົມບູນ ໃນການຄົ້ນຫາ Keyword ໃຫ້ເຮົາ ແມ່ນຕ້ອງຈ່າຍ ຄ່າບໍລິການເພື່ອຄົ້ນຫາ ແຕ່ລະບົບນີ້ ຍັງໃຫ້ເຮົາໃຊ້ບໍລິການຟີຣໄລຍະໜຶ່ງ (free version) ໃນການຄົ້ນຫາ Keyword ທີ່ຕ້ອງການ. Free Wordtracker (http://freekeywords.wordtracker.com/) ໂຕນີ້ໃຫ້ເຮົາໃຊ້ບໍລິການຄົ້ນຫາ ໄດ້ເທົ່າກັບໂຕທີ່ຈ່າຍເງິນ. ຖ້າເຮົາໃສ່ Keyword ຂອງເຮົາ ຈາກນັ້ນຄົ້ນຫາ ລະບົບຈະສະແດງ ລາຍການ Keyword ທີ່ນຳໃຊ້ຫລາຍອອກມາ ໃນຈຳນວນຈຳກັດ. Google’s Keyword Tool (https://adwords.google.com/select/KeywordToolExternal) ບໍລິການຄົ້ນຫາ Keyword ຈາກ Google. Keyword Discovery (http://www.keyworddiscovery.com/search.html) ເວັບນີ້ມີ ລະບົບຄົ້ນຫາ Keyword ທີ່ເປັນປະໂຫຍດພໍສົມຄວນ ແລະ ກໍ່ ຟີຣ ອີກດ້ວຍ. ແຕ່ສາມາດຄົ້ນຫາ ຄໍາໄດ້ຕໍ່ຄັ້ງ ແລະ ສາມາດຄົ້ນຫາຄໍາໄດ້ບໍ່ເກີນ 100 keywords ຕໍ່ມື້. ແລະ ຍັງບໍ່ສາມາດຈື່ ຫລື ເກັບບັນທຶກຄໍາ … ​ອ່ານ​ເພີ່ມ​ຕື່ມ ກຳນົດ Keyword ໃຫ້ເວັບແນວໃດໃຫ້ຕິດ Google

ໂຄສະນາກັບ Directory ຟີຣ ເພີ້ມ lead ຂອງເຮົາ

ມື້ນີ້ເປັນຫົວຂໍ້ໃນການລົງໂຄສະນາກັບ Directory ທີ່ໃຫ້ບໍລິການໂຄສະນາ ຟີຣ ທີ່ເຮັດໃຫ້ເຮົາປະຫຍັດງົບປະມານໂຄສະນາເວັບໄຊຂອງເຮົາເອງ ແຕ່ຂ້າພະເຈົ້າ ແນະນຳວ່າ ໃນການໂຄສະນາ ໃຫ້ມີຄໍາທີ່ດຶງດູດ ຄົນທີ່ເຂົ້າມາຄົ້ນຫາ ເຊັ່ນ ‘cheap,’ ‘free,’ ‘proven,’ ‘shock’ … ເວັບໄຊທີ່ໃຫ້ໂຄສະນາ: 1. http://www.craigslist.org 2. http://www.backpage.com 3. http://www.pennysaverusa.com 4. http://www.kijiji.com 5. http://www.classifiedads.com 6. http://www.classifiedsforfree.com 7. http://www.ebayclassifieds.com 8. http://www.skepter.com 9. http://www.itsmymarket.com 10. http://www.oodle.com 11. http://www.yahoo.com 12. http://www.usfreeads.com 13. http://www.livedeal.com ຂໍ້ມູນຈາກ http://meetzack.com/how-to-get-a-ton-of-leads-for-free/ ​ອ່ານ​ເພີ່ມ​ຕື່ມ ໂຄສະນາກັບ Directory ຟີຣ ເພີ້ມ lead ຂອງເຮົາ

75 Ways to Promote your Web Blog

75 ເຄັດລັບ ໂປຣໂມດ ເວັບ ຫລື Blog ໃຫ້ດັງ ເມື່ອເຮົາສ້າງເວັບໄຊ ຫລື Blog ຂື້ນມາແລ້ວ ອັນດັບຕໍ່ໄປແມ່ນການໂປຣໂມດ ເພື່ອໃຫ້ຄົນເຂົ້າມາເບິ່ງຫລາຍໆ ຍິ່ງເຮັດໃຫ້ເຮົາສ້າງແບຣນຂອງເຮົາໃຫ້ເປັນທີ່ຮູ້ຈັກຫລາຍຂື້ນ ຍິ່ງຖ້າເປັນເວັບໄຊໂປຣໂມດສິນຄ້າຫລືບໍລິການຂອງເຮົາ ຍິ່ງຕ້ອງເຮັດການຕະຫລາດເວັບ ຫລື Blog ຂອງເຮົາໃຫ້ຫລາຍໆ ຊຶ່ງຖ້າເຮົາສາມາດເຮັດຕາມ 75 ຂໍ້ນີ້ ຮັບຮອງວ່າເວັບເຮົາຈະມີຄົນເຂົ້າມາຫລາຍໆ ເປັນໄປໄດ້ແນ່ນອນ ສ້າງ Yahoo Group ກ່ຽວກັບເວັບໄຊຂອງເຮົາ ສະໝັກ MySpace ແລ້ວໃຊ້ມັນຊ່ວຍໂປຣໂມດ ຖ້າທ່ານຫາກໍ່ເຮັດເວັບໃໝ່ ສົດໆຮ້ອນໆ ກໍ່ຂຽນບົດຄວາມຫຍັງກໍ່ໄດ້ ແລ້ວໄປສົ່ງທີ່ Digg.com, Reddit.com, ແລະ Now Public.com Bookmark ເວັບເຮົາທີ່ Del.icio.us ແລະ ທ່ານຍັງສາມາດໃສ່ປຸ່ມ Del.icio.us ໄວ້ໃນເວັບຂອງທ່ານນຳ ສະໝັກ Technorati ແລ້ວກໍ່ “claim” Blog ຂອງທ່ານ (ຢ່າລືມໃສ່ປຸ່ມໄວ້ໃນເວັບ) ເອົາເວັບຂອງທ່ານໄປໄວ້ໃນ directories ທີ່ເປັນ search engine friendly ແບບຟີຣໆ ກໍ່ມີຫລາຍ ເຊັ່ນ Google Directory … ​ອ່ານ​ເພີ່ມ​ຕື່ມ 75 Ways to Promote your Web Blog