WP plugins ທີ່ນິຍົມໃຊ້ໃນເວັບຫລາຍທີ່ສຸດ

1. All in one SEO pack – ຢາກບອກວ່າ ປັກອິນນີ້ ສໍາຄັນຫລາຍທີ່ສຸດ… ຍ້ອນຫຍັງຈຶ່ງສຳຄັນ? ເພາະວ່າມັນສະໜອງ SEO options (ທີ່ເຮົາບໍ່ຕ້ອງມີພື້ນຖານ html ກໍ່ໃຊ້ໄດ້) ທີ່ເຮັດໃຫ້ເວັບບ໋ອກຂອງເຮົາ ຕິດອັນດັບເມື່ອຄົ້ນຫາໃນ Google.
2. Google XML Sitemap For WordPress – ຊ່ວຍຈັດແຜນຜັງ ຂໍ້ມູນໃນເວັບບ໋ອກຂອງເຮົາ ເຊັ່ນ ແຕ່ລະຫົວເລື່ອງທີ່ຂຽນໄວ້, ລີ້ງເຊື່ອມຕໍ່ຫາເວັບອື່ນໆ, ແຕ່ລະໜ້າເວັບ, ອື່ນໆ ແລະ ເຊື່ອມເຂົ້າຫາ google, Ask.com, Google, YAHOO, MSN Search ແລະ ອື່ນໆ.
3. No-follow Free – ຊ່ວຍໃນການລຶບ ເວັບສະແປມ (spam) ທີ່ເຂົ້າມາໂພດໃນ ຄອມເມັນຢູ່ເວັບຂອງເຮົາ.
4. Google Analytics – ຊ່ວຍບອກສະຖິຕິຜູ້ຄົນເຂົ້າເວັບຂອງເຮົາແຕ່ລະວັນ ເຊິ່ງເປັນຜົນດີເຮັດໃຫ້ເຮົາຮູ້ວ່າ ຫົວເລື່ອງທີ່ເຮົາເອົາມາສະແດງຢູ່ເວັບນັ້ນ ຖືກກັບຄວາມສົນໃຈຂອງຄົນເຮົາຫລາຍປານໄດ ເຊິ່ງຈະໄດ້ເອົາ google tracking code ມາໄວໃນເວັບ ໂດຍບໍ່ຕ້ອງແກ້ໄຂໂຄງສ້າງເວັບ theme ຂອງເຮົາ.

5. WordPress Polls – ປັກອິນທີ່ເຮັດໃຫ້ເຮົາສ້າງ ແບບສອບຖາມຢູ່ໃນເວັບ ໃຫ້ຄົນເຂົ້າມາອອກຄວາມຄິດເຫັນ ທີ່ຊ່ວຍໃຫ້ເຮົາເກັບເປັນ ສະຖິຕິຂອງເຮົາໄວ້ໄດ້.

6. Social Bookmarks – ຊ່ວຍໃຫ້ຄົນທີ່ເຂົ້າເວັບເຮົາ ກຳນົດການຈົດຈໍາເວັບຂອງເຮົາ ໄວ້ໃນຄອມ ແລະ ຍັງເຜີຍແຜ່ຕໍ່ ໃຫ້ເພື່ອນຂອງກະເຈົ້າໄດ້.

http://www.laotpglobal.com

ໃຫ້ຄວາມເຫັນ